La Cérémonie Pimay Lao 2020 et tous les événements de la Pagode Dhammabhirom sont reportés jusqu’à nouvel ordre
![](https://dhammabhirom.yn.fr/wp-content/uploads/2020/03/Flooded-Buddha-1-640x318.jpg)
ຮຽນທ່ານພຸທທະສາສະນິກາຊົນທຸກທ່ານ, ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19, ພຣະສົງຄ໌ພອ້ມດວ້ຍປະທານແລະ ຄນະກັມມະການບໍຣິຫານວັດທັມມາພິຣົມ ຈຶ່ງໄດ້ເຍື້ອນງານບຸນສົງການ ພສ ໒໕໖໓ ຣະລຶກເຖິງຄຸນ ພຣະພຸທທະເຈົ້າ ພຣະທັມເຈົ້າ ແລະພຣະສັງຄະເຈົ້າ. ດັ່ງນັ້ນຈຶ່ງຂໍຮອ້ງມາຍັງ ພຸທທະສາສະນິກາຊົນ ທັງຢູ່ໄກ້ແລະໄກ ໃຫ້ຮັບຊາບວ່າ ງານສົງການ ປີ 2020 ຈະບໍ່ໄດ້ສລອງຕາມກຳນົດ.ດັ່ງນີ້ຈຶ່ງສົ່ງຂໍ້ຄວາມ ແລະຂໍໄດ້ໂປຣດອາໄພຍ໌ດວ້ຍເຫດການທີ່ທຸກໆທ່ານຊາບມາແລ້ວ.ຢ່າງໃດກໍຕາມຂໍໃຫ້ພວກທ່ານຈົ່ງພົປແຕ່ຄວາມສຸຂຈະເຣິນລາບຍົຕສຸກສັນລະເສີນປະຕິພານທານະສານສົມບັດເທີ້ນ.ໃນວາຣະນີ້ ຂຶ້ນປີໃໝ່ ຂໍທຸກທ່ານຈົ່ງພົ້ນໄພຍ໌ອັນຕລາຍທຸກສິ່ງທຸກປະການດ້ວຍອຳມາດຂອງ ພຣະພຸທຄຸນ ພຣະທັມຄຸນ ພຣະສັງຄະຄຸນ ຈົ່ງມາປົກປັກຮັກສາ ໃຫ້ທ່ານພ້ອມດ້ວຍຄອບຄົວລູກຫລານນ້ອຍໃຫ່ຍ ຈົ່ງມີຄວາມສຸຂແລະຄວາມຈະເຣິນເທີ້ນ.ດ້ວຍຄວາມນັບຖື ແລະຮັກແພງ ຄນະກັມມະການວັດທັມມາພິຣົມ D’ici la fin de cette isolation sanitaire, faites très Continuer la lecture La Cérémonie Pimay Lao 2020 et tous les événements de la Pagode Dhammabhirom sont reportés jusqu’à nouvel ordre